ໃນຕອນບ່າຍຂອງວັນທີ 30 ເມສາ 2026 ທີ່ອຫ້ອງປະຊຸມຊັ້ນ 2 ຕຶກສີສະເກດ ກົມຄຸ້ມຄອງວິທະຍາສາດ ໄດ້ຈັດກອງປະຊຸມພົບປະສອງຝ່າຍ ຮ່ວມກັບ ຕົວແທນຈາກອົງການພະລັງງານປະລະມານູສາກົນ, ທ່ານ ນາງ Kimberley, ເຊິ່ງເປັນ PMO ຂອງບັນດາໂຄງການ ແລະ ທ່ານ Daniel ຜູ້ຊ່ຽວຊານທາງດ້ານລັງສີ ປີ່ນປົວ. ໂດຍການໃຫ້ກຽດຕ້ອນຮັບໂດຍທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ, ກະຊວງສຶກສາທິການ ແລະ ກິລາ, ຈຸດປະສົງຂອງການຮ່ວມເຮັດວຽກໃນຄັ້ງນີ້ແມ່ນ ໄດ້ສຸມໃສ່ການປຶກສາຫາລືກ່ຽວກັບໂຄງການຮ່ວມມືດ້ານວິຊາການໄລຍະໃຫມ່ຂອງບັນດາຂະແໜງການເປັນຕົ້ນ ຂອງພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ, ຂະແໜງສາທາລະນະສຸກ, ຂະແໜງກະສິກຳ ແລະ ຂະແໜງສິ່ງແວດລ້ອມ ຄື ໂຄງການ LAO9005, LAO7003, LAO5009, ແລະ LAO5008. ໃນການປຶກສາຫາລືແມ່ນໄດ້ເປີດໂອກາດໃຫ້ທີມງານຜູ້ປະສານງານໂຄງການນຳສະເໜີສະພາບລວມ ແລະຈຸດປະສົງຂອງໂຄງການ, ແລກປ່ຽນຄວາມຄດເຫັນ, ແລະ ເພື່ອສ້າງຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບຈຸດປະສົງຂອງໂຄງການ ແລະ ຜົນໄດ້ຮັບທີ່ຄາດຫວັງ. ນອກນັ້ນໃນຕອນທ້າຍຂອງກອງປະຊຸມແມ່ນໄດ້ສຸມໃສ່ການທົບທວນແຜນວຽກຂອງໂຄງການທີ່ໄດ້ຮັບການອະນຸມັດ, ການຕົກລົງເຫັນດີເປັນເອກະພາບກ່ຽວກັບແຜນກິດຈະກຳຂອງໂຄງການທີ່ຈະນຳໄປຈັດຕັ້ງປະຕິບັດ, ໂດຍສະເພາະແມ່ນ ການວາງແຜນກິດຈະກຳສຳລັບສອງປີຕໍ່ຫນ້າ, ລວມທັງໄລຍະເວລາ ແລະ ຜົນໄດ້ຮັບທີ່ຄາດຫວັງ ໃຫ້ສອດຄ່ອງກັບແຜນວຽກບຸລິມະສິດຂອງລັດຖະບານ.




