Dos

ກອງປະຊຸມວິຊາການກ່ຽວກັບການພັດທະນາຖານຂໍ້ມູນສະຖິຕິວິທະຍາສາດ ເຂົ້າໃນລະບົບ LESMIS

aa3e6441 6b05 4df7 90f2 296c280883ec

ໃນວັນທີ 20 ມີນາ 2026 ກົມຄຸ້ມຄອງວິທະຍາສາດ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມ ທາງວິຊາການ ພາຍໃຕ້ຫົວຂໍ້ “ກ່ຽວກັບການພັດທະນາຖານຂໍ້ມູນວິທະຍາສາດ ເພື່ອເຊື່ອມໂຍງ ເຂົ້າໃນລະບົບ LESMIS” ຂອງຂະແໜງວິທະຍາສາດ. ກອງປະຊຸມດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ແລະ ມີບັນດາທ່ານ ຮອງຫົວໜ້າກົມແຜນການ, ຫົວໜ້າສູນສະຖິຕິການສຶກສາ, ວິທະຍາສາດ ແລະ ກິາ, ຮອງຫົວໜ້າກົມຄຸ້ມຄອງວິທະຍາສາດ, ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ຮອງຜູ້ອຳນວຍການສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການ ກົມການສຶກສາຊັ້ນສູງ ແລະ ກົມອາຊີວະການສຶກສາເຂົ້າຮ່ວມ

ຈຸດປະສົງຂອງກອງປະຊຸມ ແມ່ນ:

  1. ເພື່ອເປັນການປຶກສາຫາລືທາງວິຊາການ ກ່ຽວກັບການພັດທະນາຂໍ້ມູນ ຂອງຂະແໜງ ວິທະຍາສາດ ໄປສະແດງຜົນໃນກະດານຂ່າວ LESMIS;
  2. ກົນໄກການປະສານງານ ຂອງຂະແໜງການທີ່ກ່ຽວຂ້ອງ ຢູ່ໃນຂັ້ນ ສູນກາງ,
  3. ການສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານ-ວິຊາການຂອງຂະແໜງວິທະຍາສາດ ກ່ຽວກັບ ວຽກງານສະຖິຕິວິທະຍາສດ;
  4. ກ່ຽວກັບການພັດທະນາລະບົບຖານຂໍ້ມູນວິທະຍາສາດ, ເກັບກຳ, ສັງລວມ ແລະ ສ້າງລະບົບລາຍງານ ເຂົ້າໃນກະດານຂ່າວ LESMIS ແລະ ເຜີຍແຜ່ອອກສູ່ສັງຄົມ ແລະ ບັນຫາອື່ນໆ
  5. ເພື່ອເລີ່ມທົດລອງປ້ອນຂໍ້ມູນສະຖິຕິວິທະຍາສາດແລະ ແບ່ງຄວາມຮັບຜິດຊອບໃນການປ້ອນຂໍ້ມູນເຂົ້າໃນລະບົບ ແລະອື່ນໆ

 

 

Dos .3peg

Dos .2peg

79a0b101 62fd 4239 b7b7 c6e33fa7a0a1

2283ec6d 7ee8 44cc b6c1 6b161cff4044