Dos

ກອງປະຊຸມສະຫຼຸບວຽກງານການກວດກາ ຂອງໜ່ວຍພັກກົມຄຸ້ມຄອງວິທະຍາສາດປະຈຳປີ 2025

Dos

 ເພື່ອເປັນການປະຕິບັດຕາມແຜນການເຄື່ອນໄຫວ ຂອງຄະນະກວດກາພັກກະຊວງສຶກສາທິການ ແລະ ກິລາ ປະຈຳປີ 2025 ໄດ້ລົງຕິດຕາມຊຸກຍູ້ວຽກງານກວດກາ ແລະ ປະເມີນຜົນໜ່ວຍພັກກົມຄຸ້ມຄອງວິທະຍາສາດ. ໃນວັນທີ 6 ມີນາ 2026 ທີ່ຫ້ອງປະຊຸມ ຊັ້ນ 2 ຕຶກສີສະເກດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ຮສ. ປອ ສິນທະວອນ ດາລາວົງ ຄະນະປະຈຳພັກ, ປະທານຄະນະກວດກາພັກ ກະຊວງສຶກສາທິການ ແລະ ກິລາ ແລະ ມີສະຫາຍ ສຸກສະຫວາດ ສີຫາປັນຍາ ເລຂາໜ່ວຍພັກ, ມີຮອງເລຂາ ແລະ ສະມາຊິກພັກ ຂອງໜ່ວຍພັກຮາກຖານກົມຄຸ້ມຄອງວິທະຍາສາດ ເຂົ້າຮ່ວມຢ່າງພ້ອມພຽງ.

 Dos 2  Dos 3