ເພື່ອປະຕິບັດຕາມກົດລະບຽບຂອງພັກປະຊາຊົນຕິວັດລາວ, ລະບອບປະຊຸມ ແລະ ລະບອບດຳເນີນຊີວິດພັກ ຂອງໜ່ວຍພັກຮາກຖານກົມຄຸ້ມຄອງວິທະຍາສາດ, ກະຊວງສຶກສາທິການ ແລະ ກິລາ, ໃນວັນທີ 22 ມັງກອນ 2026, ໜ່ວຍພັກຮາກຖານກົມຄຸ້ມຄອງວິທະຍາສາດ ໄດ້ຈັດກອງປະຊຸມຮ່ວມຊີວິດພັກຂື້ນ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນຄະນະປະທານຮ່ວມ ຂອງ ສະຫາຍ ຮສ ປອ ຫຼ້າວັນ ວົງຄຳສານ ຄະນະປະຈຳພັກ, ເລຂາໜ່ວຍພັກຮາກຖານຫ້ອງການ ສສກ, ຜູ້ຊີ້ນຳວຽກງານວິທະຍາສາດ ແລະ ສະຫາຍ ສຸກສະຫວາດ ສີຫາປັນຍາ ເລຂາໜ່ວຍພັກຮາກຖານ, ຄະນະພັກ ກະຊວງ ສຶກສາທິການ ແລະ ກິລາ ແລະ ຮອງເລຂາ, ຜູ້ກວດກາ ພ້ອມດ້ວຍມີສະມາຊິກພັກເຂົ້າຮ່ວມທັງໝົດ 12 ສະຫາຍ, ຍິງ 6 ສະຫາຍ.
