ໃນວັນທີ 4 ທັນວາ 2025, ທີ່ຫ້ອງປະຊຸມ ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ, ໜ່ວຍພັກຮາກຖານກົມຄຸ້ມຄອງວິທະຍາສາດ ໄດ້ເປີດ ກອງປະຊຸມປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ສະຫາຍ ສຸກສະຫວາດ ສີຫາປັນຍາ, ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານກົມຄຸ້ມຄອງວິທະຍາສາດ ແລະ ສະຫາຍ ນາງ ໄພວັນ ແທ່ງຄຳ ຄະນະໜ່ວຍພັກ, ຮອງຫົວໜ້າກົມຈັດຕັ້ງ ຫົວໜ້າຄະນະຮັບຜິດຊອບທິມງານ ທີ 3 ແລະ ມີສະມາຊິກພັກ ເຂົ້າຮ່ວມທັງໝົດ 14 ສະຫາຍ, ຍິງ 6 ສະຫາຍ.


