ນັບແຕ່ປີ 1994 ເປັນຕົ້ນມາ, ເມື່ອຮອດວັນທີ 7 ຕຸລາ ໃນແຕ່ລະປີ ທົ່ວປະເທດເຮົາໄດ້ມີການຈັດຕັ້ງ ສະເຫລີມສະຫລອງວັນຄູແຫ່ງຊາດທຸກໆປີ ເພື່ອປຸກລະດົມຈິດໃຈໃຫ້ທົ່ວສັງຄົມໄດ້ສະແດງອອກ ເຖິງການສົ່ງເສີມ, ເຊີດຊູບົດບາດ, ກຽດສັກສີ ຂອງຄູ-ອາຈານໃຫ້ສູງຂື້ນ. ຖືໂອກາດນີ້ ເປັນການໂຄສະນາ ເຜີຍແຜ່ຜົນງານຄວາມດີຂອງຄູ-ອາຈານ ໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້ເຖິງຜົນງານຂອງຄູ ພ້ອມທັງ ສະແດງອອກເຖິງຄວາມກະຕັນຍູ, ຮູ້ບຸນຄຸນຕໍ່ຄູ-ອາຈານ ທີ່ໄດ້ສິດສອນໃຫ້ຄວາມຮູ້ແກ່ຕົນ ນັບທັງອາດີດ ກໍຄື ປັດຈຸບັນ.
ວັນທີ 12 ຕຸລາ ເປັນວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ສໍາລັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນ ວັນປະກາດເອກະລາດ ຈາກການເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ, ວັນການທູດລາວ, ວັນແຫ່ງຊາດຕ້ານຢາເສບຕິດ ແລະ ກໍຍັງເປັນວັນວິທະຍາ ສາດແຫ່ງຊາດ ຊຶ່ງລັດຖະບານ ໄດ້ຖືເອົາວັນສ້າງຕັ້ງ ສະພາວິທະຍາສາດ-ເຕັກນິກ ແຫ່ງລັດ ຄັ້ງທໍາອິດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ວັນທີ 12 ຕຸລາ 1987) ເປັນວັນວິທະຍາສາດແຫ່ງຊາດ ແລະ ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ນັບແຕ່ປີ 2013 ເປັນຕົ້ນມາ ຊຶ່ງປີ 2025 ນີ້ ພໍດີຄົບຮອບ 38 ປີ.
ກົມຄຸ້ມຄອງວິທະຍາສາດ ຮ່ວມກັບຂະແໜງການອ້ອມຂ້າງ ເຊັນ: ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ສໍານັກພິມ ແລະ ກົມການສຶກວາກ່ອນໄວຮຽນ ໄດ້ຈັດກິດຈະກຳ ເຕະບານມິດຕະພາບຂື້ນຢູ່ທີ່ເດີນບານ ວິກຕໍເຣຍ ໂດຍມີ ຫົວໜ້າກົມ, ຜູ້ອຳນວຍການ, ຄະນະກົມ, ຄະນະອຳນວຍການ ພ້ອມດ້ວຍພະນັກງານ ແລະ ສາມອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ





