ໃນຕອນເຊົ້າ ຂອງວັນທີ 19 ກັນຍາ 2025 ທີ່ ສະໂມສອນໃຫ່ຍຊັ້ນ 2 ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານແຂ່ງຂັນຖາມ-ຕອບວິທະຍາສາດ ຊັ້ນມັດທະຍົມສຶກສາຕອນປາຍ ເພື່ອສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ປະຈຳປີ 2025 ຄົບຮອບ 38 ປີ ຮ່ວມຈັດໂດຍ ກົມຄຸ້ມຄອງວິທະຍາສາດ, ກົມສາມັນສຶກສາ, ມະຫາວິທະຍາໄລແຫ່ງຊາດ ແລະ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມ ລະຫວ່າງ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ເຊິ່ງມີແຂກເຂົ້າຮ່ວມ ຈາກຫ້ອງການ, ກົມ, ສະຖາບັນ ພາຍໃນກະຊວງສຶກສາທິການ ແລະ ກິລາ, ສະມາຄົມການສຶກສາພາກເອກະຊົນ, ຄະນະວິຊາຕ່າງໆ ໃນມະຫາວິທະຍາໄລແຫ່ງຊາດ ແລະ ບັນດາໂຮງຮຽນ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້. ກິດຈະກຳດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ.
ຈຸດປະສົງຂອງງານແຂ່ງຂັນຖາມ-ຕອບວິທະຍາສາດ ແມ່ນ: (1) ເພື່ອສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ 12 ຕຸລາ ປະຈຳປີ 2025, (2)ເພື່ອໂຄສະນາ ເຜີຍແຜ່ ແລະ ປູກຈິດສຳນຶກ ດ້ານວຽກງານວິທະຍາສາດ ໃຫ້ແກ່ນັກຮຽນ ໄດ້ຮັບຮູ້ ແລະ ເຂົ້າໃຈ ວຽກງານດັ່ງກ່າວ ຢ່າງກ້ວາງຂວາງ.
ການສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ໃນປີນີ້ ແມ່ນຕິດພັນກັບການສະເຫຼີມສະຫຼອງ 3 ວັນ ປະຫວັດສາດຂອງຊາດ ຂອງພັກ ແລະ ທັງເປັນການຕ້ອນຮັບກອງປະຊຸມໃຫ່ຍ ຄັ້ງທີ X ຂອງອົງຄະນະພັກກະຊວງ ສຶກສາທິການ ແລະ ກິລາ ທີ່ຈະເປີດຂື້ນໃນວັນທີ 25-26 ກັນຍາ 2025 ທີ່ຈະມາເຖິງນີ້ ໃຫ້ມີຂະບວນຟົດຟື້ນ ແລະ ມີເນື້ອໃນກ້ວາງຂວາງ ຕິດພັນກັບຫລາຍພາກສ່ວນ. ພາຍໃຕ້ຄໍາຂັວນ “ຄວາມຄິດສ້າງສັນຂອງຄົນຮຸ່ນໜຸ່ມ ຕໍ່ກັບ ວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ (STEM)”
ກິດຈະກຳຖາມ-ຕອບວິທະຍາສາດ ກໍແມ່ນກິດຈະກຳໜຶ່ງ ທີ່ປິ່ນອ້ອມການສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ແລະ ມີຄວາມສຳຄັນຫຼາຍ ໃນການປູກຈິດສຳນຶກ ດ້ານວຽກງານວິທະຍາສາດ ໃຫ້ແກ່ນ້ອງນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ສະນັ້ນ, ຈຸດປະສົງ ທີ່ຄະນະຮັບຜິດຊອບໄດ້ເລືອກເອົາຊັ້ນມັດທະຍົມປາຍ ກໍເພາະເປັນໝາກຫົວໃຈສຳຄັນ ໃນການສືບຕໍ່ສຶກສາໃນສາຍວິຊາສະເພາະ ເຊິ່ງປະຈຸບັນ ພັກ ແລະ ລັດຖະບານ ເຫັນໄດ້ເຖິງຄວາມສໍາຄັນ ຂອງວິທະຍາສາດ ຕໍ່ກັບການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະການສຶກສາດ້ານ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອໃຫ້ມີຄວາມຮູ້ ແລະ ທັກສະ ສາມາດຕອບສະໜອງກັບຄວາມຕ້ອງການ ຕໍ່ການພັດທະນາ ທີ່ມີການປ່ຽນແປງ ຢ່າງກ້າວກະໂດດ ນອກຈາກນີ້ ຍັງສ້າງແຮງຈູງໃຈໃຫ້ເຍົາວະຊົນ, ປັນຍາຊົນ, ນັກຮຽນຮູ້ ໃຫ້ສົນໃຈຮຽນຕໍ່ ດ້ານວິທະຍາສາດ ເຕັກໂນໂລຊີ ວິສະວະກຳ ແລະ ຄະນິດສາດ (STEM).
https://www.facebook.com/reel/651245711048380
ຄັງຮູບພາບ
https://drive.google.com/drive/folders/1UyHL0FxZJDZ3NgOEcZo5GKZdfKhWYxrb







