Banner 2025

ກອງປະຊຸມເຜີຍແຜ່ມູນເຊື້ອແມ່ຍິງລາວ ຄົບຮອບ 70 ປີ, ວຽກງານ 3 ດີ, ວຽກງານກວດກາ ແລະ ມະຕິກອງປະຊຸມໃຫ່ຍຜູ້ແທນສະຫະພັນແມ່ຍິງ ສສກ.

c5954912 f413 43fc 9713 98410511fa42

 

ກອງປະຊຸມໄດ້ຈັດຂຶ້ນໃນ ວັນທີ  6 ສິງຫາ 2025 ທີ່ຫ້ອງປະຊຸມ ຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ໂດຍການເປັນປະທານ ຂອງ ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ປະທາານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ສຸກສະຫວາດ ສີຫາປັນຍາ ເລຂາໜ່ວຍພັກຮາກຖານ ກົມຄຸ້ມຄອງວິທະຍາສາດ, ສະຫາຍ ແກ້ວອຸທອນ ລຸນແສງຈັນ ເລຂາໜ່ວຍພັກຮາກຖານຫ້ອງການສະພາວິທະຍາສາດແຫ່ງຊາດ ແລະ ສະຫາຍ ນາງ ຄຳບາງ ວິໄລສຸກ ຮອງເລຂາໜ່ວຍພັກຮາກຖານ ສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກໍາ, ເຊິ່ງມີຜູ້ເຂົ້າຮ່ວມຈາກ ກຳມະບານຮາກຖານ, ຊາວໜຸ່ມຮາກຖານ ແລະ ສະມາຊິກແມ່ຍິງ ຂະແໜງວິທະຍາສາດ ລວມຈຳນວນ 30 ສະຫາຍ, ຊາຍ 05 ສະຫາຍ ຈາກອົງການຈັດຕັ້ງກຳມະບານ ແລະ ຊາວໜຸ່ມ ຂອງຂະແໜງວິທະຍາສາດ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເລົ່າມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 ຫາ 20 ກໍລະກົດ 2025), ເພື່ອເຜີຍແຜ່ມະຕິກອງປະຊຸມໃຫ່ຍຜູ້ແທນສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ສະໄໝທີ XI, ເຜີຍແຜ່ວຽກງານ 3 ດີ (ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ມີຄວາມຜາສຸກ), ພ້ອມທັງ ເຜີຍແຜ່ວຽກງານຕິດຕາມກວດກາ ສະຫະພັນແມ່ຍິງ ກະຊວງສຶກສທິການ ແລະ ກິລາ.

ໃນກອງປະຊຸມຄັ້ງນີ້ ສະມາຊິກແມ່ຍິງພາຍໃນຮາກຖານ ຂະແໜງວິທະຍາສາດໄດ້ຮັບຟັງ  ເນື້ອໃນສຳຄັນຫຼາຍຢ່າງ ເປັນຕົ້ນແມ່ນ ການເລົ່າມູນເຊື້ອອັນດີງາມ ແລະ ສໍາຄັນຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 ຫາ 20 ກໍລະກົດ 2025) ຈາກ ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ປະທານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ໂດຍທ່ານໄດ້ເນັ້ນໃສ່ບັນຫາສຳຄັນຫຼາຍຢ່າງ ຕໍ່ການພັດທະນາແມ່ຍິງ ກໍຄືການປະຕິບັດກົດລະບຽບຂອງສະຫະພັນແມ່ຍິງລາວ; ການຮັກສາມູນເຊື້ອຂອງແມ່ຍິງລາວ ກໍຄືການຮັກສາວັດ ທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ; ສືບຕໍ່ຮັດແໜ້ນຄວມສາມັກຄີທັງພາຍໃນ ແລະ ພາຍນອກ; ສືບຕໍ່ກໍ່ສ້າງ, ບຳລຸງສະມາຊິກແມ່ຍິງ ໃຫ້ໄດ້ບັນຈຸດໍາລົງຕໍາແໜ່ງບໍລິຫານຕ່າງໆ ແລະ ໃຫ້ມີແຜນການເຄື່ອນໄຫວວຽກງານຮ່ວມກັບ ສອງ ອົງການຈັດຕັ້ງພາຄີ ພາຍໃນກົມ ແລະ ກາຍນອກ; ນອກຈາກນີ້ ສະມາຊິກແມ່ຍິງແຕ່ລະສະຫາຍ ໄດ້ຮັບຟັງ ແລະ ທຳຄວາມເຂົ້າໃຈຕໍ່ວຽກງານ 3 ດີ (ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ມີຄວາມຜາສຸກ) ເຊິ່ງເປັນວຽກງານໜຶ່ງທີ່ສຳຄັນ ໃນການສະໜັບສະໜູນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັ້ກແໜ້ນ, ທ້າຍສຸດ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ເລຂາໜ່ວຍພັກຮາກຖານກົມຄຸ້ມຄອງວິທະຍາສາດ ເຊິ່ງສະຫາຍກໍໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມ ແລະ ຜົນງານຕ່າງໆ ທີ່ສະຫະພັນແມ່ຍິງ ສສກ ກໍຄືສະຫະພັນແມ່ຍິງຮາກຖານຍາດມາໄດ້ ເຊິ່ງສະແດງອອກໃນບົດລາຍງານປະຈຳໄຕມາດ, ປະຈຳປີ ຂອງແຕ່ລະພາກສ່ວນ. ນອກນັ້ນ, ຍັງໄດ້ເນັ້ນໃຫ້ສະມາຊິກແມ່ຍິງ ເອົາໃຈໃສ່ປະຕິບັດກົດລະບຽບຂອງສະຫະພັນແມ່ຍິງລາວ, ການຮັກສາມູນເຊື້ອຮີດຄອງປະເພນີ, ເພີ່ມທະວີຮັດແໜ້ນຄວາມສາມັກຄີພາຍໃນ ແລະ ພາຍນອກ, ເຊື່ອມສານວຽກງານແມ່ຍິງເຂົ້າກັບວຽກຂະບວນການ ສົມທົບກັບ 2 ອົງການຈັດຕັ້ງພາຄີ ກໍາມະບານ ແລະ ຊາວໜຸ່ມ ໄດ້ເປັນຢ່າງດີ.

ຂຽນຂ່າວໂດຍ: ພານຸສອນ ຜູຍຍະວົງ

35ff5472 d76d 4606 b50b e6a401ce7ac2