ໃນໄລຍະ 5 ປີຜ່ານມາ ໜ່ວຍພັກຮາກຖານກົມຂອງພວກເຮົາ ມີຜົນສໍາເລັດຫຼາຍໆ ດ້ານໃນການເຄື່ອນໄຫວວຽກງານທັງສາຍພັກ ແລະ ສາຍລັດ ໂດຍສະເພາະດ້ານວຽກງານ ການເມືອງ-ແນວຄິດ, ວຽກງານປັບປຸງກໍ່ສ້າງ ແລະ ຂະຫຍາຍພັກ, ການນໍາພາ-ຊີ້ນໍາວຽກງານ ສາມອົງການຈັດຕັ້ງມະຫາຊົນ, ແບບແຜນນໍາພາ ແລະ ວິທີເຮັດວຽກຂອງໜ່ວຍພັກ. ຄຽງຄູ່ກັບ ຜົນສໍາເລັດດ້ານການເຄື່ອນໄຫວວຽກງານພັກແລ້ວ ການນໍາພາ-ຊີ້ນໍາວຽກງານດ້ານວິຊາສະ ເພາະກໍມີຜົນສໍາເລັດບໍ່ໜ້ອຍໜ້າເຊັ່ນກັນ ເປັນຕົ້ນແມ່ນນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດໂຄງ ການຍົກສູງຄຸນນະພາບການສຶກສາ ແລະ ກິລາ ຢູ່ເມືອງໄຊສະຖານ ແຂວງໄຊຍະບູລີ ດ້ວຍ ການນໍາເອົາອຸປະກອນການສຶກສາ ແລະ ກິລາ ໄປມອບໃຫ້ໂຮງຮຽນບ້ານສັນແຕ ລວມມູນຄ່າ 65 ລ້ານກີບ); ສຳເລັດການສ້າງຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ ເຕັກໂນ ໂລຊີ ແລະ ນະວັດຕະກໍາແຫ່ງຊາດ 2026-2040 ຊຶ່ງໄດ້ຮັບຮອງຈາກລັດຖະບານ; ສໍາເລັດ ການປັບປຸງກົດໝາຍ ວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ, ສະບັບເລກທີ 26/ສພຊ, ລົງວັນທີ 29 ທັນວາ 2022; ສໍາເລັດການສ້າງຂໍ້ຕົກລົງວ່າດ້ວຍແຫລ່ງກໍາເນີດລັງສີ ສະບັບເລກທີ 1958/ສສກ, ລົງວັນທີ 26 ເມສາ 2024; ສຳເລັດການເປັນເຈົ້າພາບ ຈັດກອງປະຊຸມປະຈຳປີ ຄັ້ງທີ 11 ຂອງໜ່ວຍງານ ເຄື່ອຂ່າຍອົງກອນຄຸ້ມຄອງພະລັງງານ ປະລຳມະນູອາຊຽນ (ASEANTOM) ທີ່ແຂວງຫຼວງພະບາງ ລະຫວ່າງວັນທີ 15-16 ສິງຫາ 2024; ນໍາພາ-ຊີ້ນໍາຄົ້ນຄວ້າການປັບປຸງຮ່າງດຳລັດ ວ່າດ້ວຍການສະເຫຼີມສະຫຼອງສັບປະດາ ວິທະຍາສາດແຫ່ງຊາດ ມາເປັນຂໍ້ຕົກລົງຂັ້ນກະຊວງ ຕາມຄຳເຫັນຂອງກະຊວງຍຸຕິທຳ, ຊຶ່ງ ປະຈຸບັນກໍາລັງລໍຖ້າສະເໜີເຂົ້າຜ່ານກອງປະຊຸມສາມັນຂອງສະພາວິທະຍາສາດແຫ່ງຊາດ.
ພ້ອມນັ້ນ, ຍັງໄດ້ນໍາພາ-ຊີ້ນໍາຄົ້ນຄ້ວາຂໍ້ມູນສ້າງຮ່າງຂໍ້ຕົກລົງ ວ່າດ້ວຍມາດຕະຖານ ສະຖາບັນຄົ້ນຄ້ວາວິທະຍາສາດ; ສຳເລັດການຄົ້ນຄ້ວາສ້າງ-ປັບປຸງພັດທະນາຖານຂໍ້ມູນວິທະ ຍາສາດ ເພື່ອເຊື່ອມໂຍງເຂົ້າໃນລະບົບ LESMIS (ຂະແໜງວິທະຍາສາດ) ຂອງ ສສກ;ນໍາພາ-ຊີ້ນໍາ ຄົ້ນຄວ້າສ້າງແຜນງານແຫ່ງຊາດ ເພື່ອການຮ່ວມມືເຕັກນິກ-ວິຊາການ ກັບອົງ ການພະລັງງານປະລໍາມະນູສາກົນ (CPF) ໃນໄລຍະ 2020-2025 ແລະ ກໍາລັງສືບຕໍ່ປັບປຸງ ໃນໄລຍະ 2026-2030;ສຳເລັດການລົງຕິດຕັ້ງສະຖານີວັດແທກຄ່າປະລິມານລັງສີໃນສິ່ງແວດ ລ້ອມ ຢູ່ 4 ມະຫາວິທະຍາໄລທົ່ວປະເທດ ຄື: ມະວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈໍາປາສັກ; ສຳເລັດ ການລົງນາມບົດບັນທຶກຮ່ວມມືດ້ານວິຊາການ ລະຫວ່າງກົມຄຸ້ມຄອງວິທະຍາສາດ ສສກ ແລະ ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ ເພື່ອການສ້າງຄວາມອາດສາ ມາດ ໃຫ້ແກ່ຄູ-ອາຈານ, ພະນັກງານ ແລະ ນັກສຶກສາ ດ້ານວຽກງານຄຸ້ມຄອງລັງສີ-ນິວເຄຼຍ ດຳເນີນການຄົ້ນຄ້ວາວິທະຍາສາດ ແລະ ແລກປ່ຽນທາງດ້ານວິຊາການ ໃນການສ້າງຫຼັກສູດ ຟີຊິກນິວເຄຼຍ; ສໍາເລັດການເຊັນບົດບັນທຶກຮ່ວມມືກັບກົມສືບສວນສອບສວນ ກະຊວງປ້ອງ ກັນຄວາມສະຫງົບ ແລະ ກົມເຄມີ ກະຊວງປ້ອງກັນປະເທດ ໃນການລົງຕິດຕາມຄວາມ ປອດໄພ ແລະ ຄວາມໝັ້ນຄົງໃນການນໍາໃຊ້ແຫຼ່ງກຳເນີດລັງສີ ທັງພາກລັດ ແລະ ເອກະຊົນ;ນຳພາ-ຊີ້ນຳມອບຮັບການຊ່ວຍເຫຼືອຊຸດອຸປະກອບ ຮັບໃຊ້ເຂົ້າໃນກອງປະຊຸມທາງໄກ (IT Equipment for VVirtual Meetings) ໃຫ້ແກ່ພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ກົມຄຸ້ມຄອງວິທະຍາສາດ ສສກ ມູນຄ່າ 7.069 ເອີໂຣ;ສໍາເລັດການອອກໃບຢັ້ງຢືນ ຄວາມປອດໄພຈາກການນໍາໃຊ້ເຄື່ອງກໍາເນີດລັງສີ ໃຫ້ແກ່ໂຮງໝໍທັງພາກລັດ ແລະ ເອກະຊົນ ຈໍານວນ 75 ລາຍການ; ນໍາພາ-ຊີ້ນໍາຂຽນໂຄງການສ້າງຄວາມອາດສາມາດ ໃນການຈັດຕັ້ງ ປະຕິບັດອະນຸສັນຍານາໂກຢາ ຂອງ ສປປ ລາວ ເພື່ອຂໍການສະໜັບສະໜູນຈາກກອງທຶນ ສິ່ງແວດລ້ອມໂລກ; ສໍາເລັດການຈັດງານສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ (12 ຕຸລາ) ໃນທຸກໆປີ (2019-2024) ດ້ວຍຫຼາຍຮູບການ ເຊັ່ນ: ຖະແຫຼງຂ່າວຄວາມສໍາຄັນ ຂອງວັນວິທະຍາສາດ, ຕິດຕັ້ງປ້າຍໂຄສະນາຕາມສາຍທາງຫຼັກໃນນະຄອນຫຼວງວຽງຈັນ, ສໍາມະນາວິທະຍາສາດ ແລະ ຈັດເວທີສົນທະນາ-ແລກປຽນບົດຮຽນກ່ຽວກັບການສະໜອງທຶນ ການຄົ້ນຄວ້າ, ວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ ແລະ ສາທິດ, ທົດລອງວິ ທະຍາສາດ, ແຂ່ງຂັນຂຽນບົດຄວາມ ແລະ ຖາມ-ຕອບວິທະຍາສາດ; ສຳເລັດການຈັດສໍາ ມະນາ ເຜີຍແຜ່ວຽກງານວິທະຍາສາດ ຮ່ວມກັບ ຫ້ອງການສະພາວິທະຍາສາດແຫ່ງຊາດ ແລະ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງ ໃນຂອບເຂດທົ່ວປະເທດ.
ຄຽງຄູ່ກັບຜົນສໍາເລັດທີ່ກ່າວມານີ້ ກໍຍັງມີສິ່ງທ້າທາຍ, ປະກົດການຫຍໍ້ທໍ້ ແລະ ມາດ ຕະການວິທີແກ້ໄຂ. ໃນນີ້ສິ່ງທ້າທາຍ ຍ້ອນມີການປັບປຸງລະບົບກົງຈັກການຈັດຕັ້ງ ທີ່ຍົກຍ້າຍ ຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ຈຶ່ງເຮັດໃຫ້ສະພາບການຈັດຕັ້ງ ແລະ ເຄື່ອນໄຫວວຽກງານໃນຂອງກົມ ຍັງບໍທັນກົມກຽວ; ພື້ນຖານໂຄງລ່າງດ້ານຫ້ອງທົດລອງ ແລະ ອຸປະກອນຮັບໃຊ້ ຍັງບໍ່ທັນເປັນລະບົບຄົບຊຸດ;ການບັນຈຸ-ສັບຊ້ອນພະນັກງານ ເຂົ້າໃນຕຳແໜ່ງງານຍັງມີຄວາມຈຳກັດທາງດ້ານລະດັບວິຊາ ສະເພາະ ແລະ ການນໍາໃຊ້ພາສາຕ່າງປະເທດ ພ້ອມນັ້ນການພັດທະນາບຸກຄະລະກອນ ຍັງບໍ່ ທັນແທດເໝາະກັບສະພາບຄວາມເປັນຈິງຂອງໜ້າວຽກ. ສ່ວນດ້ານປະກົດການຫຍໍ້ທໍ້ ແລະ ມາດຕະຖານວິທີແກ້ໄຂ ມີພະນັກງານຂັ້ນພະແນກປະເພດ (4)ຍັງບໍ່ທັນໄດ້ບັນຈຸສັບຊ້ອນເຂົ້າ ໃນວຽກງານວິຊາສະເພາະ; ເອົາໃຈໃສ່ຄົ້ນຄ້ວາເຊື່ອມຊື່ມທາງດ້ານແນວຄິດ-ການເມືອງ ໃຫ້ແກ່ສະມາຊິກພັກ-ພະນັກງານ ຢ່າງເປັນປົກກະຕິຕໍ່ເນື່ອງ ແລະ ເລິກເຊິ່ງກວ້າງຂວາງ;ຫັນມະຕິຄຳສັ່ງຂອງຂັ້ນເທິງ ມາເປັນແຜນການ, ໂຄງການ ແລະ ເປັນວຽກລະອຽດຂອງ ກົມ, ມອບໝາຍວຽກງານໃຫ້ບຸກຄົນຮັບຜິດຊອບ, ຕິດຕາມກວດກາ ແລະ ລາຍງານ ຂໍທິດ ຊີ້ນຳຂັ້ນເທິງ ຢ່າງເປັນປົກກະຕິ; ເອົາໃຈໃສ່ນຳພາ-ຊີ້ນຳ ອົງການຈັດຕັ້ງມະຫາຊົນເຄື່ອນໄຫວ ຂະບວນການ ຕາມພາລະບົດບາດ ແລະ ແຜນການທີ່ກຳນົດໄວ້ຢ່າງຕັ້ງໜ້າ; ສ້າງຄວາມ ສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ ແລະ ປັບປຸງສະພາບແວ້ດລ້ອມຂອງການ ເຮັດວຽກໃຫ້ ມີບັນຍາກາດດີຂຶ້ນ ເພື່ອເຮັດສຳເລັດໜ້າທີການເມືອງ ທີ່ຂັ້ນເທິງມອບໝາຍໃຫ້.
ສະຫາຍເລຂາໜ່ວຍພັກຮາກຖານກົມຄຸ້ມຄອງວິທະຍາສາດ ກ່າວອີກວ່າ: ສໍາລັບທິດ ທາງແຜນວຽກຈຸດສຸມ ໃນໄລຍະ 5 ປີຕໍ່ໜ້າ ແມ່ນຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ຄົ້ນຄວ້າ-ເຊື່ອມຊຶມແນວທາງນະໂຍບາຍ ຂອງພັກ, ກົດລະບຽບພັກ, ກົດໝາຍຂອງລັດ ໃຫ້ມີຄວາມໜັກແໜ້ນ ແລະ ເລິກເຊິ່ງ ເພື່ອພັດທະນາອົງກອນ ແລະ ພັດທະນາຕົນເອງ ໃຫ້ມີຄຸນສົມບັດສິນທຳປະຕິວັດ; ກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດພະນັກງານ-ລັດຖະກອນ ໃຫ້ມີຄຸນນະພາບ ເພື່ອຮອງ ຮັບກັບການປະຕິບັດໜ້າທີ່ການເມືອງຂອງກົມ ທີ່ຄະນະພັກຂັ້ນເທິງ ມອບໝາຍໃຫ້; ນຳພາ-ຊີ້ນຳ ໜ່ວຍຮາກຖານ, 3 ອົງການຈັດຕັ້ງມະຫາຊົນເປັນເຈົ້າການປະຕິບັດ ໃຫ້ບັນລຸເປົ້າໝາຍ ຂໍ້ແຂ່ງຂັນຂອງການຈັດຕັ້ງຕົນເອງ ວາງອອກ ຄື: ນໍາພາສະມາຊິກໜ່ວຍຊາວໜຸ່ມ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ນໍາພາສະມາຊິກໜ່ວຍສະຫະພັນຍິງ ຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ແລະ ນໍາພາສະມາຊິກໜ່ວຍກຳມະບານ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ເພື່ອສ້າງໃຫ້ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ; ສືບຕໍ່ນຳພາ-ຊີ້ນຳ ສ້າງບັນດານິຕິກຳລຸ່ມກົດໝາຍ, ສ້າງພື້ນຖານໂຄງລ່າງ, ສ້າງຄວາມຮູ້ຄວາມສາມາດ ໃຫ້ແກ່ ສະມາຊິກພັກ ແລະ ພະນັກງານ ເພື່ອຮອງຮັບກັບຫນ້າທີ່ການເມືອງຂອງກົມ ໂດຍສະເພາະ ວຽກງານຄຸ້ມຄອງວິທະຍາສາດ, ວຽກງານຄຸ້ມຄອງຄວາມປອດໄພລັງສີ-ນີວເຄຼຍ ແລະວຽກງານ ບໍລິການວິທະຍາສາດ ໃຫ້ແກ່ສັງຄົມ ແລະ ຕິດພັນກັບວຽກງານ ສາມສ້າງຂອງກະຊວງ ສສກ ວາງອອກ.
ຄຽງຄູ່ກັນນັ້ນ, ກໍຈະສືບຕໍ່ເຜີຍແຜ່ກົດໝາຍ ວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ສະບັບປັບປຸງ ທີ່ຖືກຮັບຮອງ ແລະ ປະກາດໃຊ້ ຂອງປະທານປະເທດ ສະບັບເລກທີ 022/ປປທ, ລົງວັນທີ 10 ກຸມພາ 2023 ຢູ່ຂັ້ນສູງກາງ; ສືບຕໍ່ໂຄສະນາເຜີຍແພ່ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ແຫ່ງຊາດ (2026-2040) ອອກສູ່ສັງຄົມ ເພື່ອເປັນບ່ອນອີງໃນການຈັເຕັ້ງປະຕິບັດ; ສືບຕໍ່ ກະກຽມເນື້ອໃນຂໍ້ຕົກລົງວ່າ ດ້ວຍສັບປະດາວິທະຍາສາດແຫ່ງຊາດ ເພື່ອນໍາເຂົ້າຜ່ານ ໃນກອງປະຊຸມສາມັນຂອງສະພາ ວິທະຍາສາດແຫ່ງຊາດ; ສືບຕໍ່ພັດທະນາລະບົບຖານຂໍ້ມູນວິທະຍາສາດ (ລົງເກັບກຳຂໍ້ມູນ ໃນຂອບເຂດທົ່ວປະເທດ); ສືບຕໍ່ສ້າງຄູ່ມືແນະນຳ ວ່າດ້ວຍແຜນງານການ ກຽມຄວາມພ້ອມ ແລະ ຕອບໂຕ້ເຫດການສຸກເສີນ ທາງລັງສີ ແລະ ນິວເຄຼຍ (Minister Guidance on Radiological and Nuclear Emergency Preparedness and Response plan); ສືບຕໍ່ປັບປຸງແຜນງານແຫ່ງຊາດ ເພື່ອການຮ່ວມມືເຕັກນິກ-ວິຊາການ ກັບອົງການພະລັງງານ ປະລໍາມະນູສາກົນ (CPF) 2026-2030; ກະກຽມຄວາມພ້ອມ ໃນການຈັດພິທີສະເຫຼີມສະຫຼອງ ວັນວິທະຍາສາດແຫ່ງຊາດ (12 ຕຸລາ) ປະຈຳປີ 2025-2030;ສືບຕໍ່ສ້າງຮ່າງຂໍ້ຕົກລົງ ວ່າດ້ວຍມາດຕະຖານສະຖາບັນຄົ້ນຄວ້າວິທະຍາສາດ; ສືບຕໍ່ສ້າງດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ແບ່ງປັນຜົນປະໂຫຍດຈາກການນໍາໃຊ້ຊັບພະຍາກອນພັນທຸກໍາ.
ຢ່າງໃດກໍຕາມ, ສໍາລັບໜ່ວຍພັກຮາກຖານກົມຄຸ້ມຄອງວິທະຍາສາດ ແມ່ນຮາກຖານ ພັກໜຶ່ງທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ມີຄະນະໜວ່ຍພັກ 3 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກພັກ ທັງໝົດ 19 ສະຫາຍ, ຍິງ 7 ສະຫາຍ, ໃນນັ້ນມີ ສະມາຊິກບໍານານ 1 ສະຫາຍ; ສະມາຊິກພັກສົມບູນ 17 ສະຫາຍ, ຍິງ 7 ສະຫາຍ. ໂດຍມີ ພາລະບົດບາດ ເຮັດໜ້າທີ່ເປັນແກນກາງ ໃນຂະບວນການເຄື່ອນໄຫວ ແລະ ນຳພາ-ຊີ້ນຳຈັດ ຕັ້ງປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ການເມືອງ ຕາມຂໍ້ຕົກລົງ ສະບັບເລກທີ 4761/ສສກ, ລົງວັນທີ 20 ກັນຍາ 2022, ຊຶ່ງໂຄງຮ່າງການຈັດຕັ້ງ ປະກອບດ້ວຍ 5 ພະແນກ.




