ກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງກ່ຽວກັບວຽກງານວິທະຍາສາດ ຂັ້ນທ້ອງຖິ່ນ ທົ່ວປະເທດ ໄດ້ຈັດຂຶ້້ນ ໃນລະຫວ່າງວັນທີ 23-25 ມິຖຸນາ 2025 ຢູ່ທີ່ຫ້ອງປະຊຸມຣີສອດນາປາ່ກວາງ, ເມືອງ ແກ້ວອຸດົມ, ແຂວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາວຽກງານວິທະຍາສາດ.ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບມີບັນດາທ່ານຫົວໜ້າ/ຮອງຫົວໜ້າກົມ, ຫ້ອງການ, ຜູ້ອໍານວຍ/ຮອງຜູ້ອໍານວຍການສະຖາບັນ ແລະ ຫົວໜ້າ/ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງ ແລະ 17 ແຂວງ ຜູ້ເຂົ້າຮ່ວມທັງໝົດ 85 ທ່ານ, ຍິງ 23 ທ່ານ. ຈຸດປະສົງ ຂອງກອງປະຊຸມເພື່ອສ້າງຄວາມເຂັ້ມແຂງກ່ຽວກັບວຽກງານວິທະຍາສາດ ໃຫ້ແກ່ພະແນກການສຶກສາທິການ ແລະ ກິລາ ຂັ້ນແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ.
